ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສໍາເລັດການດຳເນີນກອງປະຊຸມຄົບຄະນະກາງສະໄໝ

ຂອງຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ IX

 

ພາບ​ລວ​ມກອງ​ປະ​ຊຸມ​ຄົບ​ຄະ​ນະ​ກາງ​ສະ​ໄໝ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ສາ​ລະ​ວັນ ສະ​ໄໝ​ທີ IX 19/5/2023

    ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 4 ວັນ, ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ໄດ້ອັດລົງໃນວັນທີ 19 ພຶດສະພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ, ມີຕາງໜ້າ ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ບັນດາສະຫາຍໃນຄະ ນະບໍລິຫານງານພັກແຂວງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ເປັນບັ້ນດໍາເນີນຊີວິດການເມືອງທີ່ເລິກເຊິ່ງເຖິງຖອງທັງໃນແງ່ການນຳພາລວມ ແລະ ບຸກຄົນໃນຄະນະພັກແຕ່ລະຂັ້ນ, ເປັນການປັບປຸງປົວແປງພາຍໃນທົ່ວອົງຄະນະພັກແຂວງສາລະວັນ ຕິດພັນກັບການຕີລາຄາປະເມີນຜົນຄະ ນະພັກ-ຄະນະ ນຳແຕ່ລະຂັ້ນ ເປັນປັດໄຈຕັດສິນໃນການປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງຖືວ່າເປັນບົດຮຽນອັນລໍ້າຄ່າ ສຳລັບອົງຄະນະພັກ ແຂວງສາລະ ວັນ ກໍຄືໃນທົ່ວພັກເຮົາທີ່ຕ້ອງໄດ້ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນຳ ພາ-ຊີ້ນຳ ໃນຊຸມປີຕໍ່ໜ້າ, ຕະຫຼອດໄລຍະການດໍາເນີນກອງປະຊຸມ ແຕ່ລະສະຫາຍ ໄດ້ປະຕິບັດຖືກຕ້ອງ ຕາມບາດກ້າວຂັ້ນຕອນທີ່ກຳນົດໄວ້, ມີບັນຍາກາດດີ ແລະ ມີຜົນໄດ້ຮັບສູງ ເຊັ່ນວ່າ: ຜົນຂອງການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຂອງ ເປົ້າໝາຍເຂົ້າຮ່ວມກອງປະຊຸມຕໍ່ຄະນະພັກແມ່ນມີຄະແນນນິຍົມສູງພໍສົມຄວນ, ການປະກອບຄຳຄິດເຫັນ ຕໍ່ບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕາງໜ້າແຕ່ລະຂົງເຂດວຽກງານແມ່ນໄດ້ຢັ້ງຢືນເຖິງໝາກຜົນຕົວຈິງ, ກ້າສະແດງອອກ ແລະ ຮັບເອົາບັນຫາ ທີ່ເຫັນວ່າຍັງອ່ອນຄົງຄ້າງ ລວມໄປເຖິງບົດສຳຫຼວດນຳພາລວມ ຂອງຄະນະບໍລິຫານງານພັກແຂວງໃນໄລຍະກາງສະໄໝ ດ້ວຍຄວາມຮັບຜິດ ຊອບສູງ ແລະ ມີ ຄວາມເປັນເອກະພາບກັບແຕ່ລະບັນຫານຳກັນ, ອັນສຳຄັນແມ່ນແຕ່ລະສະຫາຍ ໄດ້ມີການສຳຫຼວດຕີລາຄາຕົນເອງ ແລະ ຄະນະ ຢ່າງກົງໄປກົງມາດ້ວຍຄວາມຈິງ ໃຈ ແລະ ສ້າງສັນ ໃນຖານະເພື່ອນຮ່ວມງານທີ່ດີນຳກັນ ໂດຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງ ໄດ້ນຳເອົາເນື້ອໃນການຕຳນິສົ່ງຂ່າວຂອງສະ ມາຊິກພັກ-ພະນັກ ງານຫົວຈັກຫຼັກແຫຼ່ງ ມາລາຍງານໃຫ້ໝູ່ຄະນະຮັບຮູ້ ແລະ ປະກອບຄຳເຫັນເພື່ອພ້ອມກັນຫັນປ່ຽນໄປໃນທິດທາງທີ່ສ້າງສັນ ແລະ ກ້າວໜ້າ. ພ້ອມດຽວກັນນັ້ນ, ສະຫາຍ ປະທານກອງປະຊຸມ ຍັງໄດ້ໂອ້ລົມຫຼາຍບັນຫາສໍາຄັນ, ບາງຕອນໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງສາລະວັນ, ສືບຕໍ່ເຮັດວຽກ ງານສຶກສາອົມຮົມການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ທົ່ວເຖິງທຸກເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານ ສະກັດກັ້ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ບໍລິເວນຕ່າງໆ ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງມີຄວາມ ສະຫງົບໜັກແໜ້ນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການເມືອງແຕ່ຂັ້ນແຂວງ ລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ການພັດທະນາດ້ານວັດທະນະທຳ - ສັງ ຄົມ ໃຫ້ຄຽງຄູ່ກັບການພັດທະນາ ທາງດ້ານເສດຖະກິດ, ປະຕິບັດບັນດາຄາດໝາຍຕົວຊີ້ວັດດ້ານການພັດທະນາແບບຍືນຍົງໃຫ້ໄດ້ຕາມຄາດໝາຍ, ພ້ອມກັນນັ້ນ ກໍຕ້ອງເພີ່ມທະວີການນໍາພາ - ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ, ສ້າງໃຫ້ມີຖັນແຖວພະນັກ ງານທີ່ໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ຫນ້າທີ່ວຽກງານ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາໃນການກໍ່ ສ້າງ ພັກ, ປະຕິບັດລະບອບແບບແຜນວິທີນຳພາຂອງພັກບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະເປັນເອກະພາບໃນທຸກຂົງເຂດ ວຽກງານ, ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານກວດກາພັກ, ກວດ ກາລັດ ແລະ ການກວດສອບຕ່າງໆ ຢ່າງເຂັ້ມງວດ, ຖືສໍາຄັນການສ້າງພະນັກງານ, ເປັນຕົ້ນແມ່ນ ພະນັກງານຫຼັກແຫຼ່ງໃນຂົງເຂດວຽກງານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ຄົນດີ, ຄົນເກັ່ງ, ມີຄວາມຮູ້ຄວາມສາມາດ ໄດ້ຮັບການສະໜັບສະໜູນເຊື່ອ ໝັ້ນຈາກມະຫາຊົນ ແລະ ມີໂອກາດກ້າວຂຶ້ນ, ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດຂອງຕົນ, ຄະນະບໍລິຫານງານພັກ ຕ້ອງຍົກສູງຄວາມສາ ມາດນໍາພາ ຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ ເພື່ອສືບຕໍ່ສ້າງ ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາການສະ ໜັບສະໜູນນໍາມາພັດທະນາແຂວງໃຫ້ນັບມື້ຈະເລີນກ້າວໜ້າ ແລະ ບັນຫາສໍາຄັນ ຈົ່ງພ້ອມກັນຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໃຫ້ປະສົບ ຜົນສໍາເລັດ ແລະ ມີໝາກຜົນຕົວຈິງ.

 

ແຫຼ່ງທີ່ມາ:ໜັງ​ສື​ພີມກອງ​ທັບ
ວັນທີ 23/05/2023